PM2.5

 

PM2.5 ແມ່ນຫຍັງ? ອັນຕະລາຍແລະການປ້ອງກັນຝຸ່ນລະອອງຂະຫນາດນ້ອຍ




 

ອາກາດທີ່ເຮົາຫາຍໃຈເຂົ້າໄປບໍ່ແມ່ນອາກາດບໍລິສຸດ ເພາະມີຟຸ່ນລະອອງຂະຫນາດນ້ອຍຢ່າງ PM2.5 ລວມເຖິງເຊື້ອໂລກ ແລະ ສານປົນເປື້ອນຕ່າງໆ ທີ່ເບິ່ງບໍ່ເຫັນອີກຫລາຍໆຢ່າງ ເຊິ່ງໂດຍປົກກະຕິແລ້ວດັງຂອງເຮົາຈະມີຂົນດັງທີ່ຊ່ວຍກັນຕອງຝຸ່ນລະອອງຕ່າງໆ ກ່ອນເຂົ້າສູ່ລະບົບທາງເດີນຫາຍໃຈ ເຮັດໃຫ້ນຮ່າງກາຍບໍ່ໄດ້ເກີດຜົນກະທົບຫລາຍ ແຕ່ປະຈຸບັນໄດ້ເກີດບັນຫາມົນລະພິດທາງອາກາດຮ້າຍແຮງຫລາຍຂຶ້ນ ໂດຍສະເພາະຢ່າງຢິ່ງ PM2.5 ເຊິ່ງຂົນດັງຂອງຄົນເຮົາບໍ່ສາມາດກອງຝຸ່ນບໍ່ໃຫ້ເຂົ້າສູ່ຮ່າງກາຍຂອງຄົນເຮົາໄດ້ ດັ່ງນັ້ນເຮົາຕ້ອງຫານວິທີ່ຫຼີກຫຼ້ຽງແລະປ້ອງກັນ ເພາະອາດເປັນອັນຕະລາຍແລະສົ່ງຜົນເສຍຕໍ່ສູຂະພາບ

PM2.5 ແມ່ນຫຍັງ?

PM2.5 ແມ່ນລະອອງຝຸ່ນຂະຫນາດນ້ອຍບໍ່ເກີນ 2.5 ໄມຄຣອນ ທຽບໄດ້ວ່າມີຂະຫນາດປະມານ 1 ໃນ 25 ສ່ວນຂອງເສັ້ນຜ່ານສູນກາງເສັ້ນຜົມຂອງຄົນ ນ້ອຍຈົນຂົນດັງຂອງຄົນເຮົາບໍ່ສາມາດກອງຝຸ່ນໄດ້ ຈຶ່ງແຜ່ກະຈາຍເຂົ້າສູ່ລະບົບທາງເດີນຫາຍໃຈ ສະແສເລືອດ ແລະ ເຂົ້າສູ່ອະໄວຍະວະອື່ນໆ ໃນຮ່າງກາຍໄດ້ ຝຸ່ນເປັນພາຫະນຳສານອື່ນໆເຂົ້າມານຳເຊັ່ນ ແຄມ້ຽມ ປຣອດ ໂລຫະນັກ ແລະ ສານກໍ່ມະເລັງອື່ນ

 

ສາເຫດທີ່ເຮັດໃຫ້ເກີດຝຸ່ນ PM2.5

ຝຸ່ນລະອອງຂະຫນາດບໍ່ເກີນ 2.5 ໄມຄຣອນ ມາຈາກສອງແຫຼ່ງກຳເນີດໄຫຍ່ໆ ຄຶ

     1.ແຫຼ່ງກຳເນີດໂດຍຕົງ ໄດ້ແກ່ ການເຜົາໃນທີ່ໂລ່ງ ການຄົມມະນາຄົມຂົນສົ່ງ ການຜະລິດໄຟຟ້າ ອຸດສາຫະກຳການຜະລິດ

     2.ການຮວມໂຕຂອງກາສອື່ນໆ ໃນບັນຍາກາດ ໂດຍສະເພາະກາສ (SO2) ແລະ (NOx) ຮວມທັງສານພິດອື່ນໆ ທີ່ລ້ວນເປັນອັນຕະລາຍຕໍ່ຮ່າງກາຍຂອງມະນຸດ ເຊັ່ນ (Hg),(Cd),(As) ແລະ (PAHs)

 

ອັນຕະລາຍແລະຜົນກະທົບຕໍ່ສຸຂະພາບຈາກ PM2.5




  

ຮ່າງກາຍຂອງຜູ້ທີ່ແຂງແຮງເມື່ອໄດ້ຮັບຝຸ່ນ PM2.5 ອາດຈະບໍ່ສົ່ງຜົນກະທົບໃຫ້ເຫັນໃນຊ່ວງທຳອິດ ແຕ່ຫາກໄດ້ຮັບ PM2.5 ຕິດຕໍ່ກັນເປັນເວລາດົນ ຫຼື ສະສົມໃນຮ່າງກາຍ ສຸດທ້າຍກໍຈະກໍ່ໃຫ້ເກີດອາການຜິດປົກກະຕິຂອງຮ່າງກາຍໃນພາຍຫລັງ ໂດຍແບ່ງເປັນຜົນກະທົບທາງຮ່າງກາຍ ແລະ ຜົນກະທົບທາງຜິວຫນັງ

-ຜົນກະທົບຕໍ່ສຸຂະພາບ

·       ເກີດອາການໄອ ຈາມ ຫຼື ພູມແພ້



 


·       ຜູ້ທີ່ເປັນພູມແພ້ຢູ່ແລ້ວ ຈະຍິ່ງຖືກກະຕຸ້ນໃຫ້ເກີດອາການຫລາຍຂຶ້ນ

 



  

·       ເກີດໂລກທາງເດີນຫາຍໃຈເຮື້ອຮັງ

 



 

·       ເກີດໂລກຫລອດເລືອດ ແລະ ຫົວໃຈເຮື້ອຮັງ

 


 

·       ເກີດໂລກປອດເຮື້ອຮັງ ຫຼື ມະເລັງປອດ

 



 

-ຜົນກະທົບທາງຜິວຫນັງ 


ມີຜື່ນຄັນຕາມໂຕ



 

 

·       ປວດແສບປວດຮ້ອນ ມີອາການລະຄາຍເຄືອງ

 


 


·       ເປັນລົມພິດ ຖ້າເປັນຫນັກອາດຈະເກີດລົມພິດບໍລິເວນໃບຫນ້າ ຂໍ້ພັບ ແລະ ຂາຫນີບ

 


  

·       ທຳຮ້າຍເຊວຜິວຫນັງ ເຮັດໃຫ້ຜິວອ່ອນແອ ຫ່ຽວຍ່ອນງ່າຍ

 



                                                                             

ເກນຂອງດັດສະນີຄຸນນະພາບອາກາດຂອງລາວ

 


 

                                                                                               

 ແນວທາງການປ້ອງກັນຝຸ່ນ PM2.5



  1.     ໃສ່ຫນ້າກາກປ້ອງກັນຝຸ່ນ ໂດຍຫນ້າກາກທີ່ສາມາດປ້ອງກັນຝຸ່ນ PM2.5 ໄດ້ດີແລະມີປະສິດທິພາບຄື ຫນ້າກາກ N95 ເຊິ່ງມີລາຄາສູງກວ່າຫນ້າກາກອະນາໄມ ແລະ ບາງຄົນອາດຈະໃສ່ແລ້ວຮູ້ສຶກອຶດອັດ ເພາະຫາຍໃຈໄດ້ລຳບາກກວ່າປົກກະຕິ
  2.          ຫາກບໍ່ແມ່ນຫນ້າກາກ N95 ອາດຈະໃຊ້ຫນ້າກາກອະນາໄມທີ່ມີຟິລເຕີ້ 3 ຊັ້ນ ເຊິ່ງມັກມີຂຽນລະບຸໃນຜະລິດຕະພັນວ່າສາມາດປ້ອງກັນ PM2.5 ໄດ້ ຫຼື ຖ້າຫາກບໍ່ໄດ້ແທ້ໆ ອາດໃຊ່ຫນ້າກາກອະນາໄມທຳມະດາແຕ່ໃສ່ທັບ 2 ຊັ້ນ ຫຼື ໃສ່ຜ້າເຊັດຫນ້າຫຼືທິດຊູ້ໄວ້ທາງໃນກໍໄດ້
  3.          ພະຍາຍາມຫຼີິກລ້ຽງກິດຈະກຳກາງແຈ້ງທຸກຊະນິດເມື່ອຄຸນນະພາບອາກາດເປັນອັນຕະລາຍຕໍ່ສຸຂະພາບຫາກຈຳເປັນກໍຕ້ອງໃສ່ຫນ້າກາກປ້ອງກັນ
  4.         ໃຊ້ເຄື່ອງຝອກອາກາດເນື່ອງຈາກພາຍໃນອາຄານອາດຈະບໍ່ປອດໄພຈາກຝຸ່ນ PM2.5 ສະເຫມີໄປ ໂດຍສະເພາະອາຄານທີ່ມີການເປີດປະຕູ ດັ່ງນັ້ນເຄື່ອງຟອກອາກາດຈຶ່ງເປັນສຶ່ງຈຳເປັນເພື່ອໃຫ້ຫາຍໃຈໃນອາຄານຢ່າງສະບາຍໃຈ

ความคิดเห็น