ການປ້ອງກັນປ່າໄມ້

       ສິ່ງແວດລ້ອມທາງທຳມະຊາດລ້ວນມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາ ດັ່ງນັ້ນເຮົາຈຶ່ງຄວນຮັບຮູ້ເຖິງຄວາມສຳຄັນ ແລະ ຈົ່ງຊ່ວຍກັນຮັກສາ ເພື່ອໃຫ້ທຳມະຊາດຄົງຢູ່ແລະອຸດົມສົມບູນເຄີຍງຄູ່ກັບພວກເຮົາຕະຫຼອດໄປ

v ຮູບແບບການທຳລາຍປ່າທີ່ສຳຄັນ

1.ການເຮັດໄຮ່ແບບເລື່ອນລອຍ

 


 

2.ການບຸກລຸກປ່າເພື່ອປູກພືດເສດຖະກິດ

 



 

3.ການບຸກຮຸກປ່າເພື່ອເຂົ້າໄປຕັ້ງຖິ່ນຖານໃຫມ່

 




4.ໄຟປ່າ

 



5.ການຕັດໄມ້ແບບຊະຊາຍ

 



 

6.ການເຮັດເຫມືອງ

 



v ຜົນກະທົບຈາກການທຳລາຍປ່າ

     ການທຳລາຍປ່າສົ່ງຜົນໃຫ້ເກີດການປ່ຽນແປງຂອງອາກາດ ເມື່ອບໍ່ມີຕົ້ນໄມ້ປົກຄຸມເຮັດໃຫ້ແສງແດດສ່ອງມາຫນ້າດິນຫລາຍຂຶ້ນ ເວລາຝົກຕົກຟ້າລົມ ຕົ້ນໄມ້ສາມາດສະລໍນ້ຳ ແລະ ສະລໍແຮງລົມໃຫ້ຄ່ອຍລົງໄດ້ ຕົ້ນໄມ້ຍັງຊ່ວຍຂະຫຍາຍວັດທະຈັກຂອງນ້ຳ ເຮັດໃຫ້ເກີດການຫມຸ່ນກັບຂອງນ້ຳເຂົ້າສູ່ບັນຍາກາດ ການທຳລາຍປ່າໄມ້ເຮັດໃຫ້ອຸນຫະພູມຂອງໂລກສູງຂຶ້ນ ແລະ ເປັນອັນຕະລາຍຕໍ່ພືດ ແລະ ສັດ

 


 

v ການປົກປັກຮັກສາປ່າໄມ້ໃຫ້ຄວບຄູບກັບມະນຸດຢ່າງຢັ່ງຢືນ

1)   ການກຳນົດນະໂຍບາຍປ່າໄມ້ແຫ່ງຊາດ ເພື່ອໃຫ້ຜູ້ຄົນໃນພື້ນທີ່ຕ່າງໆຮັກສາຊັບພະຍາກອນປ່າໄມ້ໃຫ້ຢູ່ກັບທຳມະຊາດຕະຫຼອດໄປ ໂດຍໃຫ້ມີພື້ນທີ່ປ່າໄມ້ທົ່ວປະເທດຢ່າຫນ້ອຍ 40% ຂອງພື້ນທີ່ປະເທດ ຈະຕ້ອງມີແນວທາງຈັດການແລະພັດທະນາຢ່າງຕໍ່ເນື່ອງ

2)   ການປູກປ່າ ຄື ການດຳເນີນງານດ້ານການອະນຸລັກ ເຊິ່ງສາມາດນຳມາທັດແທນປ່າໄມ້ທີ່ຖືກທຳລາຍລົງໄປໄດ້ ຊ່ວຍໃຫ້ປ່າໄມ້ໃນເມືອງມີຫລາຍຂຶ້ນກວ່າເກົ່າ ໂດຍສະເພາະພື້ນທີ່ສຳຄັນທີ່ບໍ່ມີປ່າໄມ້ ປ່າໄມ້ຄືຊີວິດຂອງຄົນເຮົາທີ່ຕ້ອງຢູ່ຮວມກັນຕະຫລອດໄປ

 



 

3)   ການປ້ອງກັນໄຟໃຫມ້ປ່າ ເປັນອີກສາເຫດຫນຶ່ງທີ່ເຮັດໃຫ້ປ່າໄມ່ຫລຸດລົງ ໂດຍສະເພາະໃນຊ່ວງລະດູຮ້ອນ ຄົນໃນພື້ນທີ່ຈະຕ້ອງເຮັດສວນເຮັດໄຮ່ ແລະ ເຜົາປ່າ ຄວນມີການຊ່ວຍກັນ ດົນນະລົງບໍ່ໃຫ້ມີການເຜົາປ່າໄມ້ ການເຜົາປ່າຍັງສົ່ງຜົນກະທົບອີກຫລາຍຢ່າງ ເຊັ່ນ ສະພາບພື້ນດິນ ມົນລະພິດທາງອາກາດເປັນຕົ້ນ

 


 

4)   ການປ້ອງກັນອະນຸລັກບໍ່ໃຫ້ຄົນທຳລາຍປ່າ ນຳຄົນທີ່ເຮັດຜິດໃນການຕັດໄມ້ທຳລາຍປ່າມາຕັກເຕືອນ ລົງໂທດ ເຈົ້າຫນ້າທີ່ຄວນເອົາຈິງເອົາຈັງ ເພື່ອເປັນແບບຢ່າງທີ່ດີ ເຈົ້າຫນ້າທີ່ບໍ່ຄວນເຮັດຜິດເອງ ຄວນເຮັດຫນ້າທີ່ຢ່າຊື່ສັດສຸຈະລິດ


            5)   ການໃຊ້ວັດສະດຸຕ່າງໆມາທົດແທນໄມ້ ຄື ຫົນທາງຫນຶ່ງທີ່ສາມາດມາຊ່ວຍປ່າໄມ້ໃນປະເທດໃຫ້ມີຫລາຍຂຶ້ນ                      ເຊິ່ງໃນອາດີດຄົນຈະສ້າງເຮືອນດ້ວຍໄມ້ເປັນສ່ວນໄຫຍ່ ແຕ່ປະຈຸບັນສາມາດເຮັດເຮືອນດ້ວຍ ເຫລັກແລະປູນ                      ເຊິ່ງມີຄວາມແຂງແຮງກວ່າ ແຕ່ສຳລັບບາງຄົນຍັງບຸກຮຸກໃນເຂດອະນຸລັກປ່າໄມ້ຢູ່ ມັນເປັນເລື່ອງທີ່ບໍ່ຄວນເຮັດ                    ຢ່າງຍິ່ງເພາະຕົ້ນໄມ້ກວ່າຈະເຕີບໂຕມາໄດ້ ຕ້ອງໃຊ້ເວລາດົນພໍສົມຄວນ ຄວນຊ່ວຍກັນສ້າງເຮືອນຫຼືສິ່ງກໍສ້າງ                      ຕ່າງໆດ້ວຍປູນດີກວ່າ


 



 

6)   ຄວນຊ່ວຍກັນໃຊ້ໄມ້ຢ່າງມີປະສິດທິພາບແລະປະຫຍັດທີ່ສຸດ ໃຫ້ທຸກຄົນຄິດໄວ້ເລີຍວ່າ ຖ້າຂາດປ່າໄມ້ຄົນເຮົາກໍບໍ່ສາມາດດຳລົງຊີວິດໄດ້ແນ່ນອນ ຕ້ອງຊ່ວຍກັນອະນຸລັກໃຫ້ມີ່ປ່າໄມ້ຫລາຍໆ ເພາະປະຈຸບັນປ່າໄມ້ມີຈຳນວນລົດລົງເລືອຍໆ

Ø  ຖ້າຄົນເຮົາຊ່ວຍກັນອະນຸລັກຊັບພະຍາກອນປ່າໄມ້ ແລະ ປູກຕົ້ນໄມ້ໃນອານາຄົດໂລກຂອງເຮົາກໍຈະມີແຕ່ປ່າໄມ້ທີ່ສວຍສົດງົດງາມແລະທຳມະຊາດກໍຈະອຸດົມສົມບູນຕະຫລອດໄປ

 




ความคิดเห็น