COVID 19

 

ໂລກໂຄວິດ 19 ຄືໂລກແມ່ນຫຍັງ?

·       ໂລກໂຄວິດ 19 ແມ່ນໂລກຕິດຕໍ່ເຊິ່ງເກີດຂາກໄວຣັສໂຄໂລນ່າຊະນິດທີ່ມີການຄົ້ນພົບລ່າສຸດ

·       ໄວ້ຣັສແລະໂລກອຸບັດໃຫມ່ນີ້ບໍ່ເປັນທີ່ຮູ້ຈັກເລຍກ່ອນທີ່ຈະມີການລະບາດໃນເມືອງອູຮັ່ນ ປະເທດຈີນໃນເດືອນທັນວາປີ 2019

·       ໃນຂະນະນີ້ພາຍາດໂຄວິດ 19 ໄດ້ແຜ່ລະບາດໄປທົ່ວ ແລະ ໄດ້ສົ່ງຜົນກະທົບໄປຫຼາຍປະເທດທົ່ວໂລກ

 

ຕົ້ນກຳເນີດຂອງໄວຣັສ

  •             ຕົ້ນຕໍຂອງໄວຣັສຫນ້າຈະມາຈາກການທີ່ໄວຣັສຈາກສັດລະບາດມາສູ່ຄົນ
  •              ຜູ້ປ່ວຍລາຍທຳອິດທີ່ຮູ້ກັນ ເລີ່ມມີອາການຕັ້ງແຕ່ວັນທີ່ 1 ທັນວາ ແລະ ບໍ່ມີຄວາມເຊື່ອມໂຍງກັບຕະຫລາດຕ້ອງສົ່ງໃສໃນເມືອງອູ່ຮັ່ນ ປະເທດຈີນ ແຕ່ຜູ້ປ່ວຍຫລາຍລາຍອາດມີມາຕັ້ງແຕ່ຊ່ວງກາງເດືອນພະຈິກ ຫຼື ກ່ອນຫນ້ານັ້ນ
  •             ມີການເກັບຕົວຢ່າງຈາກສິ່ງແວດລ້ອມໃນຕະຫລາດໄປສົ່ງກວດ ແລະ ພົບເຊື້ອໄວຣັສ ແລະ ພົບຫຼາຍສຸດໃນບໍລິເວນທີ່ຄ້າສັດປ່າ ແລະ ສັດລ້ຽງໃນຟາມ
  •        ຕະຫລາດອາດເປັນຕົ້ນກຳເນີດຂອງໄວຣັສ ຫຼື ອາດມີບົດບາດໃນການຂະຫຍາຍວົງຂອງການລະບາດໃນໄລຍະທຳອິດ




 

ການແພ່ເຊື້ອ

 

·       ໂລກໂຄວິດ 19 ນີ້ໂດຍຫຼັກແລ້ວແມ່ນ ແພ່ຈາກຄົນສູ່ຄົນຜ່ານທາງຝອຍລະອອງຈາກດັງຫຼືປາກເຊິ່ງຂັບອອກມາເມື່ອຜູ້ປ່ວຍ ໄອຫຼືຈາມ ເຮົາຮັບເຊື້ອໄດ້ຈາກການຫາຍໃຈເອົາຝອຍລະອອງເຂົ້າໄປຈາກຜູ້ປ່ວຍ ຫຼື ຈາກການເອົາມືໄປຈັບຜື້ນຜິວທີ່ມິຝອຍລະອອງເຫຼົ່ານັ້ນແລ້ວມາຈັບຕາມໃບຫນ້າ

·       ໄລຍະເວລານັບຈາກການຕິດເຊື້ອແລະສະແດງອາການ (ໄລຍະຟັກໂຕ) ມີຕັ້ງແຕ່ 1-14 ມື້ ແລະມີຄ່າສະເລ່ຍຢູ່ທີ່ 5-6 ມື້ ເກີນ 97% ຂອງຄົນໄຂ້ເຮີ່ມມີອາການພາຍໃນ 14 ມື້

 



 

ເຫດການລະບາດເປັນວົງກວ້າງ

 

ເຫດການລະບາດເປັນວົງກວ້າງເກີດເມື່ອຄົນຫນຶ່ງຄົນແພ່ເຊື້ອໄວຣັສໄປສູ່ມຄົນກຸ່ມໄຫຍ່ ສະຖານະການທີ່ຈະທະວີຄວາມຮຸນແຮງຂອງການລະບາດເປັນວົງກວ້າງ


  •  ານປະຊຸມຂະຫນາດໄຫຍ່
  •   ປະຊາກອນສູງອາຍຸ
  •   ການສຳຜັດໄວຣັສຈາກຕ່າງປະເທດ
  •     ຄວາມຫນາແຫນ້ນຂອງເຂດເມືອງ
  •   ລະບົບສາທາລະນະສຸກບໍ່ເຂັ້ມແຂງ
  •   ລັດທະບານຂາດຄວາມໂປ່ງໃສ່
  •   ສື່ຂາດເສລີພາບ

 

ກຸ່ມສ່ຽງ

 

        ສ່ຽງຕໍ່າ

 ງານວິໃຈລະບຸວ່າ ເດັກນ້ອຍ ແລະ ຄົນຫນຸ່ມສາວຕິດເຊື້ອແລະແຜ່ເຊື້ອໄດ້ ແນວໃດກໍຕາມຄົນທີ່ຕິດເຊື້ອຈະບໍ່ມີອາການຮຸນແຮງ





       ສ່ຽງສູງ

ຄວາມສ່ຽງຕໍ່ອາການຮຸ່ນແຮງຂອງໂລກເພີ່ມຂຶ້ນຕາມອາຍຸ ແລະ ໃນຜູ້ທີ່ມີໂລກປະຈຳໂຕເຊັ່ນ ຄວາມດັນເລືອດສູງ ເບົາຫວານ ໂລກຫຼອດເລືອດຫົວໃຈ ໂລກລະບົບທາງເດີນຫາຍໃຈເຮື້ອຮັງ ແລະ ໂລກມະເລັງ

 



ການກວດ

 

ບໍ່ມີການກວດສອບໂຄວິດ 19 ຊະນິດໃດທີ່ໄດ້ຮັບການຂຶ້ນທະບຽນ ຍົກເວັ້ນພາຍໃຕ້ຂໍ້ກຳນົດການໃຊ້ໃນສະພາວະສຸກເສີນເທ່ົານັ້ນ ທຸກປະເພດກຳລັງຢູ່ລະຫວ່າການປະເມີນ

·       Nucleic Acid Amplification Test (NAATs) ໃຊ້ເພື່ອກວດວິນິໃສອາການຕິດເຊື້ອ (ວ່າພົບໄວຣັສຫຼືບໍ່) ໃນໄລຍະສຽບພັນຂອງໂລກ ການກວດສອບເທັກນິກນີ້ໃຊ້ເວລາລະຫວ່າ 13 ນາທີຫາ 3 ຊົ່ວໂມງ ແລະ ຈຳເປັນຕ້ອງມີເຄື່ອງມືສະເພາະ

·       ການກວດສອບຫາແອນຕີ້ບໍດີ້ ດ້ວຍການສ້າງພູມຄຸ້ມກັນຈະໃຊ້ກວດຫາແອນຕີ້ບໍດີ້ IGM ແລະ IGG ທີ່ສ້ງຂຶ້ນມາຕ້ານໄວຣັສ ບໍ່ມີປະໂຫຍດໃນການວິນິໃສໂລກເນື່ອງຈາກການຕອບສະຫນອງຂອງຮ່າງກາຍບໍ່ສາມາດກວດເຫັນໄດ້ໃນອາທິດທຳອິດຂອງການເຈັບປ່ວຍ ການກວດໃຊ້ເວລາປະມານ 15 ນາທີ ແລະ ສາມາໃຊ້ກວດວ່າໃຜເຄີຍຕິດເຊື້ອມາກ່ອນ ການສຶກສາໃນລະດັບປະຊາກອນດ້ວຍເທັກນິກກວດແອນຕີ້ບໍດີ້ໃນຕອນນີ້ໃຊ້ຢູ່ 6 ປະເທດ

·       ການກວດສອບຫາແອນຕີ້ເຈນ ໃຊ້ກວດສອບຫາແອນຕີ້ເຈນຂອງໄວຣັສ ແລະ ອາດເປັນປະເໂຫຍດໃນການວິນິໃສການຕິດເຊື້ອສຽບພັນ ການພັດທະນາສູດກວດກຳລັງເຮັດຢ່າໃນຫລາຍປະເທດ

 

ການຮັກສາ

·       ໃນຕອນນີ້ຍັງບໍ່ມີຢາຕ້ານໄວຣັສທີ່ໄດ້ຮັບການຂຶ້ນທະບຽນໃຫ້ໃຊ້ຮັກສາໂລກໂຄວິດ 19 ແຕ່ມີການວິໃຈເພື່ອພິຈາລະນາວ່າມີຍາຕົວໃດແດ່ທີ່ອາດປັບວັດຖຸປະສົງການໃຊ້ເກົ່າເພື່ອການຮັກສາໂຄວິດ 19

·       ອົງການອະນາໄມໂລກກຳລັງປະສານງານຄວາມຮ່ວມມືໃນໂຄງການຂະຫນາດໄຫຍ່ຊື່ Solidarity Trial ໃນຫລາຍປະເທດເພື່ອປະເມີນຢາ/ສູດການຮັກສາ 4 ຊະນິດ ດັ່ງນີ້

 



 

 

 

ແຕ່ກ່ອນພັດທະນາຂຶ້ນເພື່ອອີໂບລ້າ
ການປະສົມກັນຂອງຢາຕ້ານ HIV 

Interferon Beta ມີຄຸນສົມບັດຕ້ານໄວຣັສ

ຍາຕ້ານມາລາເລຍທີ່ມີຄຸນສົມບັດຕ້ານໄວຣັສ


ມາດຕາການລະດັບບຸກຄົນ

·       ການຮັກສາສຸຂະອະນາໄມຂອງມື ແລະ ມາລະຍາດໃນການໄອ/ຈາມ ເປັນສິ່ງທີ່ຄວນເຮັດຕະຫລອດເວລາ ແລະ ເປັນວິທີທີ່ດີທີ່ສຸດທີ່ຈະປ້ອງກັນໂຕເອງ ແລະ ຄົນອື່ນ

·       ຄວນຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ ຈາກຜູ້ອື່ນ ເນື່ອງຈາກຜູ້ຕິດເຊື້ອບາງຄົນອາດຍັງບໍ່ສະແດງອາການ ຫຼື ມີອາການຮຸນແຮງດັ່ງນັ້ນການເວັ້ນໄລຍະຫ່າງຈາກທຸກຄົນສຳຄັນຫຼາຍຫາກເຮົາຢູ່ໃນພື້ນທີ່ທີ່ມີການລະບາດຂອງໂລກໂຄວິດ 19

     ມາດຕາການທາງສາທາລະນະສຸກ

·       ການກັກກັນ ຄື ການຈຳກັດກິດຈະກຳຕ່າງໆ ຫຼື ການແຍກຜູ້ທີ່ບໍ່ປ່ວຍ ແຕ່ມີປະຫວັດສຳຜັດໃກ້ຊິດກັບຜູ້ປ່ວຍໂຄວິດ 19 ຈຸດປະສົງຄືເພື່ອປ້ອງກັນການແຜ່ລະບາດຂອງໂລກໃນຊ່ວງເວລາທີ່ຄົນເລີ່ມມີອາການ

·       ການແຍກກັກ ຫມາຍ ເຖິງການແຍກຜູ້ປ່ວຍທີ່ມີອາການຂອງໂລກໂຄວິດ 19 ແລະ ອາດແຜ່ເຊື້ອໄດ້ ເຮັດເພື່ອປ້ອງກັນການແຜ່ລະບາດຂອງພະຍາດ

·       ການເວັ້ນໄລຍະ ແມ່ນການຢູ່ຫ່າງກັນ ອົງການອະນາໄມໂລກແນະນຳໃຫ້ເວັ້ນໄລຍະຢ່າງນ້ອຍ 1 ແມັດ ຈາກຜູ້ອື່ນ ສ່ວນນີ້ເປັນມາດຕະກອນທົ່ວໄປທີ່ທຸກຄົນຄວນເຮັດ ເຖິງແມ້ວ່າຈະແຂງແຮງດີ

·       ການຕິດຕາມຜູ້ສຳຜັດໂລກ ເຮັດເພື່ອລະບຸຫາຄົນທີ່ອາດຈະມີປະຫວັດສຳຜັດໂລກເພື່ອທີ່ຈະແຍກກັກອອກໄປໂດຍໄວ


ความคิดเห็น