ການປ້ອງກັນປ່າໄມ້
ສິ່ງແວດລ້ອມທາງທຳມະຊາດລ້ວນມີບົດບາດສຳຄັນຕໍ່ການດຳລົງຊີວິດຂອງຄົນເຮົາ ດັ່ງນັ້ນເຮົາຈຶ່ງຄວນຮັບຮູ້ເຖິງຄວາມສຳຄັນ ແລະ ຈົ່ງຊ່ວຍກັນຮັກສາ ເພື່ອໃຫ້ທຳມະຊາດຄົງຢູ່ແລະອຸດົມສົມບູນເຄີຍງຄູ່ກັບພວກເຮົາຕະຫຼອດໄປ v ຮູບແບບການທຳລາຍປ່າທີ່ສຳຄັນ 1.ການເຮັດໄຮ່ແບບເລື່ອນລອຍ 2.ການບຸກລຸກປ່າເພື່ອປູກພືດເສດຖະກິດ 3.ການບຸກຮຸກປ່າເພື່ອເຂົ້າໄປຕັ້ງຖິ່ນຖານໃຫມ່ 4.ໄຟປ່າ 5.ການຕັດໄມ້ແບບຊະຊາຍ 6.ການເຮັດເຫມືອງ v ຜົນກະທົບຈາກການທຳລາຍປ່າ ການທຳລາຍປ່າສົ່ງຜົນໃຫ້ເກີດການປ່ຽນແປງຂອງອາກາດ ເມື່ອບໍ່ມີຕົ້ນໄມ້ປົກຄຸມເຮັດໃຫ້ແສງແດດສ່ອງມາຫນ້າດິນຫລາຍຂຶ້ນ ເວລາຝົກຕົກຟ້າລົມ ຕົ້ນໄມ້ສາມາດສະລໍນ້ຳ ແລະ ສະລໍແຮງລົມໃຫ້ຄ່ອຍລົງໄດ້ ຕົ້ນໄມ້ຍັງຊ່ວຍຂະຫຍາຍວັດທະຈັກຂອງນ້ຳ ເຮັດໃຫ້ເກີດການຫມຸ່ນກັບຂອງນ້ຳເຂົ້າສູ່ບັນຍາກາດ ການທຳລາຍປ່າໄມ້ເຮັດໃຫ້ອຸນຫະພູມຂອງໂລກສູງຂຶ້ນ ແລະ ເປັນອັນຕະລາຍຕໍ່ພືດ ແລະ ສັດ v ການປົກປັກຮັກສາປ່າໄມ້ໃຫ້ຄວບຄູບກັບມະນຸດຢ່າງຢັ່ງຢືນ 1) ການກຳນົດນະໂຍບາຍປ່າໄມ້ແຫ່ງຊາດ ເພື່ອໃຫ້ຜູ້ຄ...